ບໍ່ມີສິ່ງໃດຢູ່ກັບເຮົາຕະຫຼອດໄປ

ຄູບາ ໂນ

By ຄູບາ ໂນ

 


ບໍ່ມີສິ່ງໃດທີ່ຈະຢູ່ກັບເຮົາຕະຫຼອດໄປ 
ບໍ່​ມີ​ໃຜ​ຢູ່​ກັບ​ເຮົາ​ໄປ​ໄດ້​ຕະຫຼອດ

ເພື່ອນທີ່​ເຄີຍ​ສະນິດ ມື້​ໜຶ່ງ​ອາດ​ຫ່າງ​ເຫີນ​ກັນ​ໄປ

ແຟນທີ່​ເຄີຍ​ຄິດ​ຈະ​ຝາກ​ຊີວິດ​ໄວ້ ມື້​ໜຶ່ງ​ເຂົາ​​ອາດ​ປ່ຽນ​ໃຈ​ໄປ​ກໍ​ໄດ້

ຄອບຄົວຕໍ່​ໃຫ້​ບໍ່​ຢາກ​ໃຫ້​ໃຜ​ຈາກ​ໄປ ມື້​ໜຶ່ງ​ກໍ​ຕ້ອງ​ມີ​ຄົນ​ໄປ​ຢູ່​ດີ

ຍິ່ງ​ເຮົາ​ໃຫຍ່​ຂຶ້ນ ເຮົາ​ກໍ​ຍິ່ງ​ໄດ້​ເຮັດ​ຄວາມ​ຮູ້​ຈັກ
ກັບ​ການ​ຈາກ​ລາ​ຫຼາຍ​ຂຶ້ນ
 

ເພາະ​ນີ້​ແຫຼະຄື​ທຳມະຊາດ​ຂອງ​ຊີວິດ
ຊີວິດ​ທີ່​ເຮົາ​ຕ້ອງ​ຮຽນ​ຮູ້
 
ແລະ​ຢູ່​ກັບ​ມັນ​ຈົນ​ເຖິງ​ມື້​ສຸດ​ທ້າຍ


ບົດຄວາມແນະນຳ


No comments:

Post a Comment

acf2G1.png

ງານບວດເນນ 2018