ຄວາມເປັນມາຂອງໂຄງການ

ຄູບາ ໂນ

By ຄູບາ ໂນ

 


ສະພາບລວມຂອງໂຄງການເມດຕາທັມ

ຄວາມເປັນມາຂອງໂຄງການ

ໂຄງການເມດຕາທັມ ໄດ້ເລີ່ມຕົ້ນຂຶ້ນໃນປີ 2001 ໂດຍຄະນະສົງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໂດຍໄດ້ມອບໝາຍໃຫ້ ພຣະອາຈານ ບຸນສີ ວົງພູມີ ຮັບຜິດຊອບເປັນປະທານໂຄງການນຳພາຄະນະສົງຈັດຕັ້ງປະຕິບັດໂຕຈິງ ພາຍໃຕ້ການຊີ້ນຳຂອງສູນກາງອົງການພຸດທະສາສະໜາສຳພັນລາວ (ສູນກາງ ອພສ.) ແລະ ກົມສາສະໜາ ສູນກາງແນວລາວສ້າງຊາດ. 

ເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດເອດ (HIV/AIDS) ແລະ ກະຕຸກຊຸກຍູ້ການມີສ່ວນຮ່ວມຂອງພຣະສົງໃນການຊ່ວຍເຫຼືອສັງ ຄົມເຊັ່ນ: ການໃຫ້ກຳລັງໃຈການຫຼຸດຜ່ອນການຈຳແນກລັງກຽດຜູ່ຕິດເຊື້ອ ແລະຜູໄດ້ຮັບຜົນກະທົບຈາກ HIV/AIDS ໃນຊຸມຊົນ, ການນເອົາສີລະທຳເຂົ້າສູ່ຈິດໃຈຂອງຜູຕິດເຊື້ອ ແລະບຸກຄົນທົ່ວໄປການຫຼຸດຜ່ອນພຶດຕິກຳສ່ຽງຕໍ່ການຕິດເຊື້ອພະຍາດເອດ ແລະ ພຕພ ຂອງຊາວໜຸ່ມທັງໃນ ແລະ ນອກໂຮງຮຽນ ໃນການຈັດຕັ້ງປະຕິບັດກິດຈະ ກຳແມ່ນພາຍໃຕ້ການຮ່ວມມືກັບພາກສ່ວນ ຕ່າງໆຄືກະຊວງສາທາລະ ນະສຸກກະຊວງສຶກສາທິການ ແລະ ກິລາສະຖານີໂທລະພາບ, ສະຖາ ນີວິທະຍຸກຸ່ມຜູຕິດເຊື້ອໂຮງໝໍວັດ ແລະອົງການຕ່າງໆ ທີ່ກ່ຽວ ຂ້ອງ,  ກິດຈະກຳຕ່າງໆ ແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການ ອຸຍນິເຊັບ (Unicef) ແລະອົງການ NCA (Norwegian Church Aid) ເປັນຫຼັກ.

ໃນເບື້ອງຕົ້ນ ຍ້ອນທາງຄະນະສົງກໍຄືທາງ ສູນກາງອົງການພຸດ ທະສາສະໜາສັມພັນແຫ່ງ ສປປ ລາວ ໄດ້ເຫັນວ່າພະສົງກໍສາມາດມີສ່ວນຮ່ວມໃນການຊ່ວຍເຫລືອສັງຄົມໄດ້ ຈຶ່ງໄດ້ເກີດມີກອງປະຊຸມຂຶ້ນ ໃນວັນທີ 11/09/2001 ຢູ່ທີ່ວັດປ່ານາຄູນນ້ອຍ ເຊິ່ງມີສູນກາງແນວລາວສ້າງຊາດ ກົມສາສະໜາ ແລະອົງການອຸຍນິເຊບເປັນຜູໃຫ້ການຊ່ວຍເຫລືອທາງດ້ານງົບປະມານ ແລະການຈັດຝຶກອົບຮົມທາງດ້ານຄວາມຮູ້ຕ່າງໆ ຈຶ່ງເກີດມີ ໂຄງການພຣະສົງກັບການຊ່ວຍເຫຼືອສັງຄົມ ເນັ້ນການຊ່ວຍເຫຼືອຜູຕິດເຊື້ອໂລກເອດເປັນຫຼັກ ໂດຍການຮ່ວມມືກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງກໍຄືອົງການຈັດຕັ້ງທາງພາກລັດ ແລະເອກະຊົນ ມີການເປີດກອງປະຊຸມເພື່ອລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບພະຍາດເອດ ແລະເຊື້ອ HIV ໃນແຂວງເປົ້າໝາຍ ຈັດຕັ້ງປະຕິບັດຕາມແຜນງານທີ່ວາງອອກ ແລະ ຕິດຕາມປະເມີນຜົນໄດ້ຮັບເປັນແຕ່ລະໄລຍະ ເຊິ່ງໃນໄລຍະຕົ້ນທີ່ມີການດຳເນີນວຽກງານແມ່ນເປັນໄປດ້ວຍດີ ແຕ່ການບໍລຫານງານຍັງບໍ່ເປັນລະບົບຂັ້ນຕອນທີ່ເໝາະສົມ ຍັງບໍ່ມີຫ້ອງການໃນການປະຕິບັດວຽກງານ ທາງຄະນະເຮັດວຽກຈຶ່ງເຫັນດີໃຫ້ມີຫ້ອງການ ແລະ ການບໍລິຫານງານ  ທີ່ເໝາະສົມກວ່າເກົ່າຈຶ່ງໄດ້ຈັດຕັ້ງໃຫ້ມີໂຄງການເມດຕາທັມຂຶ້ນ ແລະທາງໂຄງການກໍໄດ້ເລີ່ມປະຕິບັດວຽກງານມາຈົນເຖິງປະຈຸບັນ.

ເປັນເວລາຜ່ານມາ 20 ປີແລ້ວ (ຄົບຮອບ 4 ເທີມ) ທີ່ທາງໂຄງການເມດຕາທັມໄດ້ເຄື່ອນໄຫວວຽກງານຊ່ວຍເຫຼືອສັງຄົມເຊິ່ງ ວຽກງານຫຼັກທີ່ໄດ້ເຄື່ອນໄຫວເລື້ອຍມາຕັ້ງແຕ່ເລີ່ມສ້າງຕັ້ງໂຄງການ ກໍຄືວຽກງານກ່ຽວກັບໂລກເອດ ທາງໂຄງການໄດ້ຖືເອົາວຽກງານດັ່ງກ່າວເປັນວຽກງານຫຼັກ ເພື່ອໃຫ້ສັງຄົມລາວມີຄວາມຕື່ນໂຕ ເຂົ້າໃຈ ເຫັນຄວາມສຳຄັນໃນການແກ້ໄຂບັນຫາດັ່ງກ່າວ ແລະກໍຍັງຈະມີການດຳເນີນງານຕໍ່ໄປເພື່ອໃຫ້ບັນຫາດັ່ງກ່າວຫຼຸຜ່ອນລົງໃຫ້ໄດ້ຫຼາຍທີ່ສຸດ ດັ່ງທີ່ໄດ້ກ່າວມາ ແລະທາງຄະນະທິີມງານເຮັດວຽກເຫັນວ່າ ນອກຈາກການການລົງໂຄສະນາໃຫ້ຄວາມຮູ້ກ່ຽວກັບພະຍາດເອດໃຫ້ການຊ່ວຍເຫຼືອທາງດ້ານຈິດໃຈແລ້ວ ການຫຼຸດຜ່ອນການຕິດເຊື້ອເບື້ອງຕົ້ນກໍສາມາດຫຼຸດຜ່ອນການຂະຫຍາຍຕົວຂອງພະຍາດເອດໄດ້ອີກທາງໜຶ່ງກໍຄື ການໂຄສະນາຜົນຮ້າຍຜົນເສຍຂອງການຕິດສິ່ງເສບຕິດ ຖ້າເຮົາຫຍຸ້ງກ່ຽວກັບສິ່ງເສບຕິດເຮັດໃຫ້ສ່ຽງຕໍ່ການຕິດເຊື້ອທາງເຂັມສີດຢາ, ຫຼືຜູທີ່ຕິດເຊື້ອ HIV ມາແລ້ວ ແຕ່ໄປຫຍຸ້ງກ່ຽວກັບສິ່ງເສບຕິດຍິ່ງເຮັດໃຫ້ສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຊຸດໂຊມກວ່າເກົ່າດັ່ງນັ້ນໃນປີ 2006 ເປັນຕົ້ນມາ ນອກຈາກການລົງການໂຄສະນາຫຼຸດຜ່ອນຜົນກະທົບຈາກພະຍາດເອດທຸກຄັ້ງແມ່ນຕ້ອງໄດ້ຄຽງຄູ່ກັບການໂຄສະນາຜົນຮ້າຍຜົນເສຍຂອງການຕິດສິ່ງເສບຕິດ.

ຜົນໄດ້ຮັບຈາການປະຕິບັດວຽກງານດັ່ງກ່າວ ຖືວ່າໄດ້ຮັບຜົນ ສຳເລັດຕາມຄາດໝາຍໄວ້ເບື້ອງຕົ້ນຜູຕິດເຊື້ອໃນແຂວງເປົ້າໝາຍຫຼຸດລົງຫຼາຍ, ການໂຄສະນາເຜີຍແຜ່ວຽກງານດັ່ງກ່າວໄດ້ຮັບຄວາມຮ່ວມມືເປັນຢ່າງດີຈາກພື້ນທີ່ ຜູຕິດເຊື້ອມີຄຸນນະພາບຊີວິດທີ່ດີຂຶ້ນຍ້ອນມີຄວາມເຂົ້າໃຈໃນພະຍາດດັ່ງກ່າວເຮັດໃຫ້ມີກຳລັງໃຈ ທີ່ຈະມີຊີວິດຢູ່ຕໍ່ໄປ ຫຼຸຸດຜ່ອນການຈຳແນກລັງກຽດຈາກຄອບຄົວ ແລະ ຄົນອ້ອມຂ້າງ ຍ້ອນການລົງໂຄສະນາຂອງກຸ່ມພຣະສົງ, ມີກຸ່ມອາສາສະໝັກຢູ່ໃນພື້ນທີ່ເກີດຂຶ້ນວຽກງານຈຶ່ງໄດ້ມີການຂະຫຍາຍຕົວຕື່ມໄປສູ່ແຂວງເປົ້າໝາຍ ຕໍ່ໄປທີ່ມີຜູຕິດເຊື້ອຫຼາຍ ໂດຍການຮຽກຮ້ອງຕ້ອງການຂອງພື້ນທີ່ເອງ ແລະການຮ່ວມມືກັບທັງພາກລັດ ແລະອົງການຈັດຕັ້ງສາກົນທີ່ແນມເຫັນບັນຫາດັ່ງກ່າວເປັນສຳຄັນ.

ມາຮອດປີ 2020, ວຽກງານດັ່ງກ່າວມີການຂະຫຍາຍຕົວແລະໄດ້ຮັບປະສິດທິຜົນດີ ໂດຍກຸ່ມພຣະສົງທີ່ມີຄວາມກະຕືລືລົ້ນຢາກເຮັດວຽກຊ່ວຍເຫລືອສັງຄົມ ແລະທາງຄະນະບໍລະຫານງານຂອງໂຄງ ການເມດຕາທັມ ໄດ້ເຫັນຄວາມສາມາດຂອງພຣະສົງທີ່ເຮັດໃຫ້ບັນຫາສັງຄົມຫຼຸດຜ່ອນລົງໄດ້ໂດຍອີງໃສ່ທັມມະເປັນຫຼັກ ຈຶ່ງໄດ້ເຫັນດີນຳເອົາວຽກງານ ຕ້ານການຄ້າມະນຸດ-ສົ່ງເສີມສິດທິມະນຸດ ແລະບົດບາດຍິງຊາຍ, ວຽກງານປົກປັກຮັກສາສິ່ງແວດລ້ອມ, ວຽກງານການບັນເທົາທຸກ ເຂົ້າມາເປັນອີກວຽກງານຫຼັກຂອງໂຄງການທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດເພື່ອໃຫ້ວຽກງານການຊ່ວຍເຫຼືອສັງຄົມ ກວ້າງຂວາງແລະຮອບດ້ານຂຶ້ນ ກໍຈະສາມາດຫຼຸດຜ່ອນບັນຫາຕ່າງທີ່ເກີດຂຶ້ນໃນສັງຄົມໄດ້.

 

ຂົງເຂດການເຄື່ອນໄຫວ

-      ຂົງເຂດການສືກສາ, ສີລະທັມ-ຈະຣິຍະທັມ, ວັດທະນະທໍາ ແລະ ຮີດຄອງປະເພນີ.

-      ຂົງເຂດກະສິກຳ ແລະ ສິ່ງແວດລ້ອມ

-      ຂົງເຂດວຽກງານສາທາລະນະສຸກ

ວິໄສທັດ:

ສັງຄົມຊຸມຊົນມີການພັດທະນາທາງດ້ານຮ່າງກາຍອາຣົມຈິດ, ສະຕິປັນຍາ ດ້ວຍຄວາມຮູ້ຄູ່ຄຸນນະທັມ.


ພັນທະກິດ:
ສຶກສາອົບຮົມ ນຳພາປະຕິບັດ ຮ່ວມພັດທະນາ ສ້າງສາປະເທດຊາດ.


ຄ່ານິຍົມ:

ພົມວິຫານ 4: ຫຼັກຄວາມຈິງຂອງການໃຊ້ຊີວິດໃຫ້ປະເສີດ ບໍລິສຸດ ແລະ ຢູ່ຮ່ວມກັບຜູ້ອື່ນໄດ້ຢ່າງມີຄວາມສຸກ ແມ່ນປະ ກອບດ້ວຍ ຄວາມຮັກ, ຄວາມສົງສານ, ຄວາມຍິນດີ ແລະ ຄວາມວາງໃຈເປັນກາງ.

ຄວາມເຊື່ອໝັ້ນ: ການສ້າງຄວາມເຊື່ອໝັ້ນໃຫ້ກັບສົງຄົມຊຸມ ຊົນແມ່ນຢູ່ບົນພື້ນຖານຄວາມສາມາດຂອງໂຄງການເມດຕາ ທັມ ມອບການບໍລິການທີ່ມີຄຸນນະພາບ ເຮັດໃຫ້ສັງຄົມຊຸມ ຊົນຍອມຮັບເປົ້າໝາຍ ແລະ ຄ່ານິຍົມ, ມີຄວາມເຊື່ອໃນທາງ ບວກ, ລວມທັງສະໜັບສະໜຸນກິດຈະກຳຂອງໂຄງການເມດ ຕາທັມ.

ເສຍສະຫຼະ: ຄຸນນະທຳຂັ້ນພື້ນຖານໃນການຢູ່ຮ່ວມກັນໃນສັງ ຄົມ, ເປັນການໃຫ້ໃນສິ່ງທີ່ຕົວເອງມີ ເພື່ອໃຫ້ເກີດປະໂຫຍດ ແກ່ຜູ້ອື່ນ ໂດຍບໍ່ໄດ້ຫວັງຜົນຕອບແທນ.

ການມີສ່ວນຮ່ວມ: ໂຄງການເມດຕາທັມ ແນໃສ່ການຮ່ວມມື ແລະ ການປະກອບສ່ວນ ກັບພາກສ່ວນຕ່າງໆ (ສັງຄົມຊຸມຊົນ, ອົງການຈັດຕັ້ງພາກລັດ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງຂອງສົງໃນຂັ້ນຕ່າງໆ) ເພື່ອເຄື່ອນໄຫວວຽກ ງານຂອງໂຄງການ ບົນພື້ນຖານຄຸນນະທຳ ແລະ ການປົກ ຄອງທີ່ດີ.

ຄວາມເປັນເຈົ້າການ: ທຸກຄົນມີຈິດສຳນຶກໃນການເປັນເຈົ້າ ຂອງວຽກພັດ ທະນາຊຸມຊົນ ບົນພື້ນຖານຄວາມສະເໝີພາບ.


ເປົ້າໝາຍຍຸດທະສາດ: ພຣະສົງມີຄວາມເຂັ້ມແຂງ ແລະມີບົດບາດເພິ່ມ ຂຶ້ນໃນການສ້າງຄວາມປ່ຽນແປງໃນສັງຄົມ.

  

ຍຸດທະສາດ-ກິດຈະກຳ 2021-2025

1. ຍົກລະດັບຄວາມສາມາດຂອງທີມງານ ແລະ ອົງກອນ ຍົກລະດັບຂີດຄວາມສາມາດທີ່ຈຳເປັນທັງໃນລະດັບບຸກຄົນ ແລະ ລະດັບອົງກອນ ໃຫ້ກັບທີມງານຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃນການ ປະຕິບັດກິດຈະກຳ.

1.1. ກິດຈະກຳບຸນລະດົມທຶນ ເພື່ອຕອບສະໜອງທຶນໃຫ້ແກ່ການເຄື່ອນໄຫວວຽກງານຂອງໂຄງການ ໂດຍການຈັດລະດົມທຶນ 1 ຄັ້ງຕໍ່ປີ (ງານແຂ່ງຂັນສູດສາລະພັນ)

1.2ຈັດຝຶກອົບຮົມ ການສອນທັກສະຊີວິດທາງພຸດທະສາສະໜາໃນໂຮງຮຽນຝຶກອົບຮົມການບໍລິຫານຈັດການງານບຸນບັນພະຊາສາມະເນນ ແລະ ການອົບຮົມສິນລະທັມໃຫ້ແກ່ເຍົາວະຊົນນັກຮຽນ ໃນໄລຍະອັດພາກຮຽນ.

1.3. ສ້າງບຸກຄະລາກອນລຸ້ນສືບທອດ ແລະ ຍົກລະດັບຄວາມອາດສາມາດບຸກຄະລາກອນພຣະສົງ ແລະ ຄາຣະວາດໃນການບໍລິຫານໂຄງການ.

1.4. ສ້າງກອງທຶນໃນການເຜີຍແຜ່ທັມ ແລະວຽກງານພັດທະນາຊ່ວຍເຫຼືອສັງຄົມ.

 

2. ໂຄສະນາສຶກສາອົບຮົມ ຜົນຮ້າຍສິ່ງເສບຕິດ, ບົດບາດຜູ້ອາຍຸສຸງ, ແມ່ຍິງ ແລະເດັກນ້ອຍ ແລະບໍລິການຊຸມຊົນ  ເນັ້ນໜັກ ໃນການພັດທະນາຄົນໃຫ້ມີຄຸນນະທຳ, ອາລົມຈິດ ແລະ ສະຕິປັນຍາ ຄຽງຄູ່ກັບການພັດທະນາທາງດ້ານຮ່າງກາຍ ໃຫ້ທຸກກຸ່ມເປົ້າໝາຍ.

2.1. ກິດຈະກຳບໍລິການຊຸມຊົນ ແມ່ນການຕອບສະໜອງວຽກງານໃຫ້ກັບສັງຄົມ ຊຸມຊົນ ອົງການຈັດຕັ້ງ ເຊັ່ນຮັບກິດນິມົນບັນຍາຍທັມ ຕາມສະຖານທີ່ຕ່າງໆຮັບໃຊ້ງານພິທີການທາງພຸດທະສາສະໜາ.

2.2. ກິດຈະກຳລົງສອນທັກສະຊີວິດທາງພຸດທະສາສະໜາໃນໂຮງຮຽນ ລະດັບຊັ້ນປະຖົມ-ມັດທະຍົມ ເພື່ອເສີມສ້າງຈິດສຳນຶກໃຫ້ນັກຮຽນຫຼີກລ້ຽງຫ່າງໄກອະບາຍຍະມຸກ ໂດຍຍຶດເອົາຫຼັກຄຳສອນໃນທາງພຸດທະສາສະໜາເປັນພື້ນຖານ

2.3. ກິດຈະກຳຈັດງານບຸນບັນພະຊາສາມະເນນ ແລະ ອົບຮົມ ສີລະທັມໃຫ້ແກ່ຊາວໜຸ່ມເຍົາວະຊົນນັກຮຽນ  ໃນໄລຍະອັດພາກຮຽນ.

2.4. ກິດຈະກຳໂຄສະນາອົບຮົມຕ້ານສິ່ງເສບຕິດ ຕາມສະຖາບັນການຮຽນ ແລະຊຸມຊົນ

2.5. ກິດຈະກຳໂຄສະນາສົ່ງເສີມບົດບາດຂອງຜູ້ອາຍຸສູງຢູ່ໃນຊຸມຊົນ, ເຜີຍແຜ່ດຳລັດວ່າດ້ວຍຜູ້ອາຍຸສູງ ທີ່ປະກາດໃຊ້ ໃນແຕ່ລະໄລຍະ.

2.6. ກິດຈະກຳໂຄສະນາສົ່ງເສີມສິດທິເດັກ ແລະ ແມ່ຍິງ ຕາມຊຸມຊົນ ແລະສະຖາບັນການຮຽນການສຶກສາ.

 

3. ສ້າງທັດສະນະຄະຕິ ແລະ ປູກຈິດສຳນຶກໃນການຮັກສາຊັບ ພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ສ້າງທັດສະນະຄະຕິ ທີ່ຖືກຕ້ອງ ໃຫ້ເດັກນ້ອຍໃນໂຮງຮຽນ ແລະ ຊຸມຊົນ ໄດ້ເຫັນຄວາມສຳ ຄັນໃນການ ຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງສົ່ງເສີມ ໃຫ້ປະຕິບັດຕົວຈິງ.

3.1. ໂຄສະນາສຶກສາອົບຮົມໃຫ້ແກ່ເດັກນ້ອຍໃນໂຮງຮຽນ, ຊາວໜຸ່ມ ຕາມສະຖາບັນການສຶກສາ, ປະຊາຊົນຕາມໝູ່ບ້າຮັກສາ ຊັບພະຍາ ກອນທຳມະຊາດ ດ້ວຍການປູກຕົ້ນໄມ້, ການບວດປ່າ, ບວດໜອງປາ, ບວດວັງນ້ຳ (ວັງສະຫງວນ).

3.2. ສ້າງທໍລະນີສົງ ເປັນບ່ອນອະນຸລັກຊີວະນານາພັນ ເປັນສວນຮຽນຮູ້ (ເປັນພື້ນທີ່ປ່າສະຫງວນ).

 

4. ສ້າງທັດສະນະຄະຕິ ແລະ ທັກສະໃນການຮັບມື, ໂຕ້ຕອບ ກັບຄວາມສ່ຽງໄພພິບັດ ແລະ ການລະບາດຂອງພະຍາດ.

4.1. ກິດຈະກຳໂຄສະນາສຶກສາອົບຮົມກ່ຽວກັບການຮັບມື ແລະໂຕ້ຕອບກັບຄວາມສ່ຽງຂອງໄພພິບັດທາງທຳມະຊາດ.

4.2. ກິດຈະກຳໂຄສະນາສຶກສາອົບຮົມກ່ຽວກັບການຮັບມື ແລະການປ້ອງກັນການລະບາດຂອງພະຍາດ.

4.3. ກິດຈະກຳຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ແລະການລະບາດຂອງພະຍາດ.




ບົດຄວາມແນະນຳ


No comments:

Post a Comment

acf2G1.png

ງານບວດເນນ 2018