ບັນຍາຍທັມນອກສະຖານທີ່

ຄູບາ ໂນ

By ຄູບາ ໂນ

 


ບັນຍາຍທັມນອກສະຖານທີ່
ກິດຈະກຳບັນຍາຍທັມ ແມ່ນການນຳເອົາທັມມະລົງຮອດສະຖານທີ່ ບໍ່ວ່າຈະເປັນໂຮງຮຽນຂັ້ນປະຖົມ- ມັດທະຍົມ ສະຖາບັນການສຶກສາ ໂຮງຈັກໂຮງຮຽນ ແລະສູນການຮຽນຮູ້ຕ່າງ ໂດຍມີຫົວຂໍ້ທີ່ແຕກຕ່າງກັນໄປເຊັ່ນ ທັມມະກັບການສຶກສາ, ທັມມະກັບນັກກົດໝາຍ, ນັກການແພດ, ການຮູ້ບຸນຄຸນພໍ່-ແມ່, ການເຄົາລົບສິດສະເໜີພາບ, ການຫຼີກໜີອະບາຍຍະມຸກຕ່າງ ນອກຈາກນີ້ແລ້ວທາງໂຄງການຍັງໄດ້ໂຄສະນາເຜີຍແຜ່ກ່ຽວກັບການແຜ່ລະບາດຂອງພະຍາດຕ່າງເຊັ່ນ ເຮັດໄອວີ/ເອສ, ໂຄວິດ-19 ຫຼືຕາມແຕ່ລະສະຖານທີ່ລະບຸຫົວຂໍ້ໃຫ້
ການບັນຍາຍທັມແມ່ນໃຊ້ເວລາປະມານ 1-2 ຊົ່ວໂມງ ໂດຍໄດ້ເລີ່ມຈາກພິທີໄຫວ້ພຣະ-ຮັບສິນ ນັ່ງສະມາທິ ແຜ່ເມດຕາ ແລະເຂົ້າສູ່ເນື້ອຫາບົດບັນຍາຍ ເປີດໂອກາດໃຫ້ຖາມຕອບພາຍຫຼັງຈົບຊົ່ວໂມງບັນຍາຍ.
 
ພາບກິດຈະກຳບັນຍາຍທັມ






ບົດຄວາມແນະນຳ


No comments:

Post a Comment

acf2G1.png

ງານບວດເນນ 2018