ງານບຸນບັນພະຊາສາມະເນນ

ຄູບາ ໂນ

By ຄູບາ ໂນ


ງານບຸນບັນພະຊາສາມະເນນ

        ງານບຸນບັນພະຊາສາມະເນນ ແລະອົບຮົມສີລະທັມໃຫ້ແກ່ນັກຮຽນ ແມ່ນການເປີດໂອກາດໃຫ້ແກ່ລູກຫຼານໄດ້ໃຊ້ເວລາໃນໄລຍະອັດພາກຮຽນ ບວດສຶກສາຄຳສອນຂອງສາສະໜາ ແລະບວດທົດແທນບຸນຄຸນຂອງພໍ່ແມ່ ເຊິ່ງເປັນການປູກຝັງໃຫ້ເຂົາເຈົ້າມີຈິດສໍານຶກຕື່ນຕົວ ມີຄວາມຮັກຊາດ ມີຄວາມຮັບຜິດຊອບສູງຕໍ່ຕົນເອງຕໍ່ຄອບຄົວ ແລະ ເປັນຜູ້ສືບທອດທີ່ດີໃນອະນາຄົດ.

        ການຈັດງານບຸນບັນພະຊາສາມະເນນ ແມ່ນຈັດຂຶ້ນໃນຊວງໄລຍະພັກພາກຮຽນ1 ຫຼືພັກພາກຮຽນ2 ຕາມແຕ່ສະດວກໃນແຕ່ລະທ້ອງຖິ່ນ ໂດຍໃຊ້ເວລາໃນການຝຶກອົບຮົມ ຈຳນວນ 10 ມື້ ໄດ້ກຳນົດເອົາຜູ້ເຂົ້າຮ່ວມບວດເນນ ແລະນັກຮຽນຍິງ ອາຍຸລະຫວ່າງ 12-18 ປີ ໃນໂຄງການໜຶ່ງກຳນົດ 50 ຄົນ

        ການຝຶກອົບຮົມແມ່ນປະຕິບັດຕາມຄູ່ມືຫຼັກສູດທີ່ທາງໂຄງການວາງອອກ ເຊິ່ງປະກອບດ້ວຍວິຊາ ພຸດທະປະຫວັດ ວິຊາສາສະໜາພິທີ ວິຊາວິໄນ ວິຊາທັມມະປະຍຸກ ນອກຈາກນີ້ແລ້ວຍັງໄດ້ເຊິນເອົາວິຊາການຈາກຂະ ແໜ່ງການຕ່າງມາໃຫ້ຄວາມຮູ້ເຊັ່ນ ຄວາມຮູ້ເລື່ອງເຮັສໄອວີເອສ, ສິດສະເໜີພາບ, ລະບຽບຈາລະຈອນ, ສິ່ງແວດ ລ້ອມ, ສິ່ງເສບຕິດ ແລະບັນຫາອື່ນໆທີ່ຕິດພັນກັບສັ່ງຄົມ






ບົດຄວາມແນະນຳ


No comments:

Post a Comment

acf2G1.png

ງານບວດເນນ 2018