ສອນທັກສະຊີວິດໃນໂຮງຮຽນ

ຄູບາ ໂນ

By ຄູບາ ໂນ

 


ສອນທັກສະຊີວິດໃນໂຮງຮຽນ
        ການສອນທັກສະຊີວິດທາງພຸດທະສາສະໜາໃນໂຮງຮຽນ ແມ່ນການນຳເອົາຫຼັກຄຳສອນທາງພຸດທະທະສາສະໜາທີ່ຕິດພັນກັບການໃຊ້ຊີວິດປະຈຳວັນຂອງນັກຮຽນຄື ການເຄົາລົບສິດສະເໜີພາບເຊິ່ງກັນ ແລະກັນ ການຫຼີກຫ່າງຈາກແຫຼ່ງອະບາຍຍະມຸກຕ່າງເຊັ່ນ ບັນຫາສິ່ງເສບຕິດ, ບັນຫາເຮສໄອວີ/ເອດ, ບັນຫາຄວາມບໍ່ປອດໄພທາງດ້ານຊີວິດຊັບສິນ, ບັນຫາໃຊ້ຄວາມຮຸນແຮງໃນຄອບຄົວ, ການບໍ່ເຄົາລົບພໍ່-ແມ່, ຜູ້ອາວຸໂສ,  ຄູ-ອາຈານ, ການບໍ່ເຄົາລົບສິດທິບົດບາດຍິງ-ຊາຍ, ການອາລະວາດຜິດຖຽງກັນຂອງກຸ່ມນັກຮຽນ ນອກຈາກນີ້ແລ້ວຍັງໄດ້ສອນວັດທະນະທຳລາວຂັ້ນພຶ້ນຖານການຂາບການໄຫວ້ ແລະສາສະໜາພິທີຂັ້ນພຶ້ນຖານການໄຫວ້ພຣະຮັບສິນ ການນັ່ງສະມາທິ ແຜ່ເມດຕາ ການສອນແມ່ນປະຕິບັດຕາມຄູ່ມືຫຼັກສູດ ມ1-ມ7 ສ່ວນລະດັບປະຖົມແມ່ນທາງໂຄງການກຳລັງປັບປຸງ.
    ການຈັດສັນຊົ່ວໂມງການສອນແມ່ນ 1 ຊົວໂມງ/ອາທິດ/ໂຮງຮຽນ ໂດຍທາງໂຄງການໄດ້ສົ່ງອາສະໝັກລົງສອນຕາມກຳນົດການ ແລະເວລາ ທີ່ທາງໂຄງການ ແລະໂຮງຮຽນຕົກລົງຮ່ວມກັນ ປະຈຸບັນໃນທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນໃນເຄື່ອຂ່າຍຂອງໂຄງການ ຈຳນວນ 13 ແຫ່ງ
 






ບົດຄວາມແນະນຳ


No comments:

Post a Comment

acf2G1.png

ງານບວດເນນ 2018